ຫນຶ່ງໃນບໍລິສັດຊັ້ນນໍາຂອງປະເທດລາວ

ພວກເຮົາມີຄວາມສຸກ

ທີ່ໄດ້ເຮັດວຽກກັບທ່ານ

ຫນຶ່ງໃນບໍລິສັດຊັ້ນນໍາຂອງປະເທດລາວ

ພວກເຮົາມີຄວາມສຸກ

ທີ່ໄດ້ເຮັດວຽກກັບທ່ານ

ຫນຶ່ງໃນບໍລິສັດຊັ້ນນໍາຂອງປະເທດລາວ

ພວກເຮົາມີຄວາມສຸກ

ທີ່ໄດ້ເຮັດວຽກກັບທ່ານ

ຫນຶ່ງໃນບໍລິສັດຊັ້ນນໍາຂອງປະເທດລາວ

ພວກເຮົາມີຄວາມສຸກ

ທີ່ໄດ້ເຮັດວຽກກັບທ່ານ

ຫນຶ່ງໃນບໍລິສັດຊັ້ນນໍາຂອງປະເທດລາວ

ພວກເຮົາມີຄວາມສຸກ

ທີ່ໄດ້ເຮັດວຽກກັບທ່ານ

ຫນຶ່ງໃນບໍລິສັດຊັ້ນນໍາຂອງປະເທດລາວ

ພວກເຮົາມີຄວາມສຸກ

ທີ່ໄດ້ເຮັດວຽກກັບທ່ານ

ຫນຶ່ງໃນບໍລິສັດຊັ້ນນໍາຂອງປະເທດລາວ

ພວກເຮົາມີຄວາມສຸກ

ທີ່ໄດ້ເຮັດວຽກກັບທ່ານ

ຫນຶ່ງໃນບໍລິສັດຊັ້ນນໍາຂອງປະເທດລາວ

ພວກເຮົາມີຄວາມສຸກ

ທີ່ໄດ້ເຮັດວຽກກັບທ່ານ

ກໍ່ສ້າງຂົວ-ທາງ

ກໍ່ສ້າງຂົວ-ທາງ

ບໍລິສັດ ກຸ່ມດວງຈະເລີນພັດທະນາກໍ່ສ້າງ ຈໍາກັດ ຜູ້ດຽວ ເປັນໜຶ່ງໃນບັນດາບໍລິສັດກໍ່ສ້າງ ທີ່ໄດ້ປະກອບສ່ວນໃນການຕັ້ງໜ້າໃນການກໍ່ສ້າງ ແລະ ພັດທະນາພື້ນຖານໂຄງລ່າງອັນໄດ້ສ້າງຄວາມຈະເລີນເຕີບໂຕທາງເສດຖະກິດ ແລະ ການພັດທະນາເສດຖະກິດສັງຄົມຂອງຫຼາຍໆແຂວງ ໃນ ສປປ ລາວ ທີ່ບໍລິສັດ ໄດ້ດໍາເນີນການກໍ່ສ້າງ ແລະ ປັບປຸງເສັ້ນທາງ ບໍ່ວ່າຈະເປັນເສັ້ນທາງປະເພດປູຢາງ, ທາງຄອນກີດ ແລະ ອື່ນໆ ໂດຍໄດ້ມີການນໍາເອົາເຄື່ອງຈັກ, ເທັກໂນໂລຊີທີ່ທັນສະໄໝລວມເຖິງເທັກນິກການກໍ່ສ້າງສະໄໝໃໝ່ເຂົ້າມາໃຊ້ໃນວຽກງານການກໍ່ສ້າງຂອງບໍລິສັດ ເພື່ອສ້າງສັນຜົນງານທີ່ມີຄຸນນະພາບ ແລະ ສໍາເລັດຕົງຕາມເວລາທີ່ກໍານົດ. ໃນນັ້ນ ໂຄງການທີ່ພົ້ນເດັ່ນແມ່ນໂຄງການກໍ່ສ້າງ ເສັ້ນທາງ 450 ປີ ເຊິ່ງເປັນໜຶ່ງໃນໂຄງການທີ່ສໍາຄັນຂອງລັດຖະບານເພື່ອສະເຫຼີມສະຫຼອງຄົບຮອບ 450 ປີ ວຽງຈັນເປັນນະຄອນຫຼວງຂອງ ສປປ ລາວ, ນອກນັ້ນ ກໍຍັງມີເສັ້ນທາງຍຸດທະສາດທີ່ສໍາຄັນຂອງລັດຖະບານ ທີ່ບໍລິສັດ ໄດ້ດໍ່ສ້າງສໍາເລັດ ເຊັ່ນ: ເສັ້ນທາງ 1D, ເສັ້ນທາງຈາກເມືອງວຽງທອງ ຫາ ເມືອງໄຊຈໍາພອນ ແຂວງບໍລິຄໍາໄຊ ແລະ ໂຄງການກໍ່ສ້າງທາງ ຈາກເມືອງປາກລາຍ ຫາ ເມືອງທົ່ງມີໄຊ ແຂວງໄຊຍະບູລີ.

ໂຄງການກໍ່ສ້າງເສັ້ນທາງ 1D ເມືອງທ່າໂທມ ແຂວງຊຽງຂວາງ

ໂຄງການກໍ່ສ້າງເສັ້ນທາງ ເຂື່ອນໄຟຟ້ານໍ້າຄານ 2&3 ເມືອງຊຽງເງິນ ແຂວງຫຼວງພະບາງ

ໂຄງການກໍ່ສ້າງເສັ້ນທາງ ເມືອງຜົ້ງສາລີ ຫາ ຊາຍແດນນໍ້າບຸງ ສສ ຫວຽດນາມ

ໂຄງການກໍ່ສ້າງເສັ້ນທາງ ຂຶ້ນ-ລົງ ເຮືອບິນ ໃນສະໜາມບິນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ

ໂຄງການກໍ່ສ້າງເສັ້ນທາງ ເມືອງປາກລາຍ-ເມືອງທົ່ງມີໄຊ ແຂວງໄຊຍະບູລີ

ໂຄງການກໍ່ສ້າງເສັ້ນທາງ ເທດສະບານນໍ້າອ້ອນ ເມືອງໄຊຈໍາພອນ

ໂຄງການສໍາຫຼວດ-ອອກແບບ ເສັ້ນທາງເຂົ້າເຂື່ອນນໍ້າຄານ 2

ໂຄງການທາງເບຕົງ ແຂວງໄຊສົມບູນ

ໂຄງການກໍ່ສ້າງເສັ້ນທາງ ເມືອງເຟືອງ-ເມືອງແມດ

ໂຄງການກໍ່ສ້າງເສັ້ນທາງ ວຽງທອງ 1

ກໍ່ສ້າງເຄຫະສະຖານ

ກໍ່ສ້າງເຄຫະສະຖານ

ວຽກງານກໍ່ສ້າງອາຄານເຄຫະສະຖານ ກໍ່ເປັນອີກວຽກງານກໍ່ສ້າງໜຶ່ງທີ່ ບໍລິສັດ ກຸ່ມດວງຈະເລີນພັດທະນາກໍ່ສ້າງ ຈໍາກັດຜູ້ດຽວ ໄດ້ໃຫ້ບໍລິການແກ່ທັງໜ່ວຍງານພາກລັດ ແລະ ເອກະຊົນ ດ້ວຍຜົນງານທີ່ມີຄຸນນະພາບ, ໄດ້ມາດຕະຖານ ແລະ ສໍາເລັດຕົງເວລາ. ໂຄງການ ທີ່ບໍລິສັດໄດ້ຮັບເໝົາກໍ່ສ້າງ ແລະ ມອບຮັບໃຫ້ເຈົ້າຂອງໂຄງການສຳເລັດແລ້ວ ປະກອບມີ: ອາຄານນັກຮົບພູຄູນ, ຕຶດຫ້ອງການໃຫຍ່ກົມໃຫຍ່ເສນາ, ຕຶດອາຄານຫ້ອງການຂອງບໍລິສັດ ລາວສະກາຍເວ.

ກໍ່ສ້າງຫ້ອງການ ແລະ ສະໂມສອນ ລັດວິສາຫະກິດລາວເດີນອາກາດ (ລາວສະກາຍເວ)

ກໍ່ສ້າງອາຄານຫ້ອງການດ່ານສາກົນນໍ້າອ້ອນ

ໂຄງການພັດທະນາເຂດດົງໂດກ ໂຊນ 1

ໂຄງການພັດທະນາເຂດດົງໂດກ ໂຊນ 2

ກໍ່ສ້າງຊົນລະປະທານ

ກໍ່ສ້າງຊົນລະປະທານ

ຄຽງຄູ່ກັບການສ້າງ ຂົວ-ທາງ, ວຽກງານກໍ່ສ້າງຊົນລະປະທານກໍ່ເປັນອີກວຽກງານໜຶ່ງທີ່ ບໍລິສັດ ກຸ່ມດວງຈະເລີນພັດທະນາກໍ່ສ້າງ ຈໍາກັດ ຜູ້ດຽວ ໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສໍາຄັນ ເພື່ອເປັນການຊ່ວຍເຫຼືອໃຫ້ປະຊາຊົນທ້ອງຖິ່ນ ໂດຍສະເພາະຊາວກະສິກອນ ໄດ້ມີນໍ້າໃຊ້ພຽງພໍ ເຂົ້າໃນການປະກອບອາຊີບປູກຝັງ ແລະ ລ້ຽງສັດ ເພື່ອເປັນການປະກອບສ່ວນໃນການຮັບປະກັນທາງດ້ານສະບຽງອາຫານ ໃຫ້ພຽງພໍຕາມແນວທາງນະໂຍບາຍຂອງພັກລັດ. ເຊິ່ງຜ່ານມາ ບໍລິສັດໄດ້ກໍ່ສ້າງຊົນລະປະທານ ສໍາເລັດ ຫຼາຍໂຄງການ ໃນຫຼາຍແຂວງທົ່ວປະເທດ ເປັນຕົ້ນແມ່ນ ຊົນລະປະທານ ຫ້ວຍໂຊ້ ເມືອງປາກລາຍ ແຂວງໄຊຍະບູລີ.

ປັດຈະບັນ ບໍລິສັດພວກເຮົາຍັງກໍາລັງສຶກສາ, ສໍາຫຼວດ ແລະ ວາງແຜນເພື່ອກໍ່ສ້າງຊົນລະປະທານຢູ່ເຂດ ບ້ານນໍ້າຍູ້ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໃນເນື້ອທີ່ທັງໝົດ 1,600 ເຮັກຕາ. ຄາດຄະເນພາຍຫຼັງໂຄງການດັ່ງກ່າວ ໄດ້ຮັບການກໍ່ສ້າງສໍາເລັດ ຈະສາມາດສະໜອງນ້ໍາພຽງພໍໃຫ້ແກ່ການປູກຝັງ ໃນເນື້ອທີ່ປະມານ 150 ເຮັກຕາຂຶ້ນໄປ.

ກໍ່ສ້າງຊົນລະປະທານລະບົບຄອງເໝືອງ, ອ່າງເກັບນໍ້າຫ້ວຍໂຊ້ ບ້ານເມືອງປາ ເມືອງປາກລາຍ ແຂວງໄຊຍະບູລີ

ກໍ່ສ້າງທາງດ່ວນ

ກໍ່ສ້າງທາງດ່ວນ

ບໍລິສັດ ກຸ່ມດວງຈະເລີນພັດທະນາກໍ່ສ້າງ ຈໍາກັດ ຜູ້ດຽວ ເປັນໜຶ່ງໃນບັນດາບໍລິສັດກໍ່ສ້າງ ທີ່ໄດ້ປະກອບສ່ວນໃນການກໍ່ສ້າງ ແລະ ພັດທະນາພື້ນຖານໂຄງລ່າງ ອັນໄດ້ສ້າງຄວາມຈະເລີນເຕີບໂຕທາງເສດຖະກິດ ແລະ ການພັດທະນາເສດຖະກິດສັງຄົມຂອງຫຼາຍແຂວງໃນ ສປປ ລາວ, ທີ່ບໍລິສັດ ໄດ້ດໍາເນີນການກໍ່ສ້າງ ແລະ ປັບປຸງເສັ້ນທາງ ລວມທັງມີເຄື່ອງຈັກຮອງຮັບການເຮັດວຽກປະເພກນີ້ເປັນຢ່າງດີ ສົ່ງຜົນໃຫ້ບໍລິສັດ ໄດ້ຮັບຄວາມໄວ້ວາງໃຈຈາກ ລັດຖະບານ, ເອກະຊົນ ແລະ ອົງກອນຕ່າງໆ ເປັນຜູ້ດໍາເນີນການກໍ່ສ້າງທາງດ່ວນ.

ໂຄງການ ກໍ່ສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ປາກຊັນ