ຫນຶ່ງໃນບໍລິສັດຊັ້ນນໍາຂອງປະເທດລາວ

ພວກເຮົາມີຄວາມສຸກ

ທີ່ໄດ້ເຮັດວຽກກັບທ່ານ

ຫນຶ່ງໃນບໍລິສັດຊັ້ນນໍາຂອງປະເທດລາວ

ພວກເຮົາມີຄວາມສຸກ

ທີ່ໄດ້ເຮັດວຽກກັບທ່ານ

ຫນຶ່ງໃນບໍລິສັດຊັ້ນນໍາຂອງປະເທດລາວ

ພວກເຮົາມີຄວາມສຸກ

ທີ່ໄດ້ເຮັດວຽກກັບທ່ານ

ຫນຶ່ງໃນບໍລິສັດຊັ້ນນໍາຂອງປະເທດລາວ

ພວກເຮົາມີຄວາມສຸກ

ທີ່ໄດ້ເຮັດວຽກກັບທ່ານ

ຫນຶ່ງໃນບໍລິສັດຊັ້ນນໍາຂອງປະເທດລາວ

ພວກເຮົາມີຄວາມສຸກ

ທີ່ໄດ້ເຮັດວຽກກັບທ່ານ

ຫນຶ່ງໃນບໍລິສັດຊັ້ນນໍາຂອງປະເທດລາວ

ພວກເຮົາມີຄວາມສຸກ

ທີ່ໄດ້ເຮັດວຽກກັບທ່ານ

ຫນຶ່ງໃນບໍລິສັດຊັ້ນນໍາຂອງປະເທດລາວ

ພວກເຮົາມີຄວາມສຸກ

ທີ່ໄດ້ເຮັດວຽກກັບທ່ານ

ຫນຶ່ງໃນບໍລິສັດຊັ້ນນໍາຂອງປະເທດລາວ

ພວກເຮົາມີຄວາມສຸກ

ທີ່ໄດ້ເຮັດວຽກກັບທ່ານ

ປະຫວັດ

ໄດ້ສ້າງຕັ້ງບໍລິສັດ ໃນປີ 1997
  • ບໍລິສັດ ກຸ່ມດວງຈະເລີນພັດທະນາກໍ່ສ້າງ ຈໍາກັດ ຜູ້ດຽວ ສ້າງຕັ້ງພາຍໃຕ້ກົດໝາຍການລົງທຶນຂອງ ສປປ ລາວ ໃນປີ 1997 ເປັນບໍລິສັດ ເອກະຊົນຂອງຄົນລາວ 100​ ເປີເຊັນ. ທ່ານ ຄໍາຜາຍ ສີລາຊາ ເປັນຜູ້ສ້າງຕັ້ງ, ຊີ້ນໍາ-ນໍາພາ ແລະ ບໍລິຫານຈັດການຕະຫຼອດມາ. ເລີ່ມຕົ້ນແມ່ນໄດ້ໃສ່ຊື່ວ່າ: ບໍລິສັດ ດວງຈະເລີນພັດທະນາ ກໍ່ສ້າງ ຈໍາກັດ (DDC), ມີສໍານັກງານຕັ້ງຢູ່ ແຂວງຊຽງຂວາງ ທາງພາກເໜືອ ຂອງ ສປປ ລາວ.
  • ດ້ວຍມູນຄ່າຊັບສິນເບື້ອງຕົ້ນພຽງແຕ່ 1 ລ້ານ ໂດລາສະຫະລັດ. ໃນໄລຍະທຳອິດ ບໍລິສັດ ໄດ້ດໍາເນີນທຸລະກິດ ດ້ານຂະແໜງການກໍ່ສ້າງ ຂົວ-ທາງ, ຊົນລະປະທານ, ນໍ້າປະປາ ແລະ ພື້ນຖານໂຄງລ່າງ ດ້ານການກໍ່ສ້າງ.
ການຂະຫຍາຍຫົວໜ່ວຍບໍລິການ ແລະ ບໍລິສັດໃນເຄືອ ໃນປີ 2003
  • ຜ່ານການຈັດຕັ້ງປະຕິບັດມາຫຼາຍໂຄງການ ແຕ່ເໜືອຮອດໃຕ້ ບໍລິສັດ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວ, ເປັນທີ່ຮູ້ຈັກ ແລະ ຮັບຮູ້ຂອງສັງຄົມ ພ້ອມຍັງໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກທາງ ພັກ-ລັດຖະບານ ແລະ ໄດ້ຂະຫຍາຍກິດຈະການອອກເປັນຫຼາຍຂະແໜງເຊັ່ນ: ສໍາຫຼວດ-ອອກແບບ, ກໍ່ສ້າງຂົວ-ທາງ, ຕຶກອາຄານ, ເຂື່ອນໄຟຟ້າ, ອຸດສາຫະກໍາເຟີນິເຈີ, ບໍ່ແຮ່, ກະສິກໍາ ແລະ ການສຶດສາ. ໃນປັດຈຸບັນມີ ບໍລິສັດ ໃນເຄືອແລ້ວ ຫຼາຍກວ່າ 15 ບໍລິສັດ ຈຶ່ງໄດ້ຫັນປ່ຽນຊື່ເປັນ ບໍລິສັດ ກຸ່ມດວງຈະເລີນພັດທະນາກໍ່ສ້າງ ຈໍາກັດ ຜູ້ດຽວ (DDC GROUP) ເຊິ່ງມີສໍາໜັກງານໃຫຍ່ຕັ້ງຢູ່ ບ້ານໂພນທອງ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ, ກມ 19, ຖະໜົນ 450​ ປີ.
ທຸລະກິດ ແລະ ການພັດທະນາຂອງບໍລິສັດ ໃນປີ 2008
  • ບໍລິສັດ ມີຄວາມພ້ອມຮອບດ້ານ ໃນການພັດທະນາທຸລະກິດໃຫ້ ເຕີບໃຫຍ່ແບບບໍ່ຢຸດຢັ້ງ, ມີຄວາມສະຖຽນລະພາບທາງດ້ານການເງິນທີ່ໝັ້ນຄົງ, ມີການບໍລິຫານທີ່ເຂັ້ມແຂງ ທັງດ້ານຄວາມຮູ້ ຄວາມສາມາດ ແລະ ປະສົບການທີ່ຫຼາຍກວ່າ 20​ ປີ, ພ້ອມທັງຍັງມີ ວິສະວະກອນອອກແບບ-ກໍ່ສ້າງ ທີ່ເກັ່ງຊໍານານງານ, ມີທິມສໍາຫຼວດ ແລະ ຂຸດຄົ້ນແຮ່ທາດທີ່ຊໍານານງານ, ມີພະນັກງານລວມທັງໝົດ ຫຼາຍກວ່າ 800 ຊີວິດ,​ ມີພາຫະນະກົນຈັກໜັກ-ເບົາ ລວມກັນແລ້ວຫຼາຍກວ່າ 600 ຄັນ, ມີມູນຄ່າຊັບສິນລວມກັນທັງໝົດແລ້ວ ຫຼາຍກວ່າ 900 ລ້ານໂດລາ ແລະ ມີຄູ່ຮ່ວມພັດທະນາແຕ່ລະໂຄງການ ທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ຕົກລົງເຊັນສັນຍາກັນແລ້ວ ຫຼາຍກວ່າ 30​ ປີ.
ປັດຈຸບັນ
  • ຕະຫຼອດໄລຍະການດຳເນີນກິດຈະການ ມາຫຼາຍກວ່າ 25 ປີ, ບໍລິສັດ ໄດ້ມຸ້ງໝັ້ນໃສ່ໃນການພັດທະນາ ບໍ່ວ່າຈະເປັນດ້ານພັດທະນາ ບຸກຄະລາກອນໃຫ້ມີປະສິດຖິພາບ ແລະ ການບໍລິຫານທີ່ເຂັ້ມແຂງ, ດ້ວຍການເຮັດວຽກ ທີ່ມີແບບແຜນ, ຄວາມໂປ່ງໃສ ແລະ ພ້ອມຍັງນໍາໃຊ້ເຕັກໂນຊີທີ່ທັນສະໄໝ. ດັ່ງນັ້ນ ບໍລິສັດ ກຸ່ມດວງຈະເລີນພັດທະນາກໍ່ສ້າງ ຈໍາກັດ ຜູ້ດຽວ ຈຶ່ງບໍ່ຢຸດການພັດທະນາ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ ນັກລົງທອນ, ພາກລັດ ແລະ ປະຊາຊົນ ໃນ ສປປ ລາວ ດັ່ງສະໂລແກນຂອງບໍລິສັດ ທີ່ວ່າ: ສ້າງສາ, ພັດທະນາ, ກ້າວໜ້າຢ່າງບໍ່ຢຸດຢັ້ງ.