ຫນຶ່ງໃນບໍລິສັດຊັ້ນນໍາຂອງປະເທດລາວ

ພວກເຮົາມີຄວາມສຸກ

ທີ່ໄດ້ເຮັດວຽກກັບທ່ານ

ຫນຶ່ງໃນບໍລິສັດຊັ້ນນໍາຂອງປະເທດລາວ

ພວກເຮົາມີຄວາມສຸກ

ທີ່ໄດ້ເຮັດວຽກກັບທ່ານ

ຫນຶ່ງໃນບໍລິສັດຊັ້ນນໍາຂອງປະເທດລາວ

ພວກເຮົາມີຄວາມສຸກ

ທີ່ໄດ້ເຮັດວຽກກັບທ່ານ

ຫນຶ່ງໃນບໍລິສັດຊັ້ນນໍາຂອງປະເທດລາວ

ພວກເຮົາມີຄວາມສຸກ

ທີ່ໄດ້ເຮັດວຽກກັບທ່ານ

ຫນຶ່ງໃນບໍລິສັດຊັ້ນນໍາຂອງປະເທດລາວ

ພວກເຮົາມີຄວາມສຸກ

ທີ່ໄດ້ເຮັດວຽກກັບທ່ານ

ຫນຶ່ງໃນບໍລິສັດຊັ້ນນໍາຂອງປະເທດລາວ

ພວກເຮົາມີຄວາມສຸກ

ທີ່ໄດ້ເຮັດວຽກກັບທ່ານ

ຫນຶ່ງໃນບໍລິສັດຊັ້ນນໍາຂອງປະເທດລາວ

ພວກເຮົາມີຄວາມສຸກ

ທີ່ໄດ້ເຮັດວຽກກັບທ່ານ

ຫນຶ່ງໃນບໍລິສັດຊັ້ນນໍາຂອງປະເທດລາວ

ພວກເຮົາມີຄວາມສຸກ

ທີ່ໄດ້ເຮັດວຽກກັບທ່ານ

ທີ່ມາຂອງໂຄງການ
  • ໂຄງການພັດທະນາເມືອງທັນສະໄໝ ທີ່ຕັ້ງຢູ່ ເມືອງຫາດຊາຍຟອງ ແລະ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ແມ່ນນອນຢູ່ໃນແຜນຍຸດທະສາດ ການພັດທະນານະຄອນຫຼວງວຽງຈັນ ນັບແຕ່ປີ 2015 ຫາ 2030 ຈຶ່ງໄດ້ມີການຈັດສັນເຂດພື້ນທີ່ດິນເປົ່າຫວ່າງ ເຫັນວ່າເຂດດັ່ງກ່າວເປັນພື້ນທີ່ສູງກວ່າໝູ່ໃນນະຄອນຫຼວງ, ເປັນພື້ນທີ່ນໍ້າບໍ່ຖ້ວມ ຖ້່າທຽບໃສ່ຕົວເມືອງນະຄອນຫຼວງ ໃນປັດຈຸບັນທີ່ເປັນພື້ນທີ່ຕໍ່າ, ຕິດກັບແຄມຂອງ ແລະ ໄດ້ເລີ່ມສ້າງຕັ້ງແຕ່ປີ 1560 ມາຮອດປັດຈຸບັນ ເປັນເວລາຫຼາຍກວ່າ 450 ປີ ແລະ ມີນໍ້າຖ້ວມເປັນບາງສ່ວນໃນທຸກໆປີ, ຍ້ອນເຫດນັ້ນ ການນຳຂອງນະຄອນຫຼວງວຽງຈັນ ຈຶ່ງໄດ້ກໍານົດເອົາພື້ນທີ່ດັ່ງກ່າວ ເປັນເຂດຜັນຂະຫຍາຍຕົວເມືອງໃນນະຄອນຫຼວງວຽງຈັນ.
  • ສະນັ້ນ, ບໍລິສັດ ກຸ່ມດວງຈະເລີນພັດທະນາກໍ່ສ້າງ ຈໍາກັດ ຜຸ້ດຽວ ຈຶ່ງໄດ້ຮັບການສະໜັບສະໜູນ ຈາກການນໍາ ນະຄອນຫຼວງວຽງຈັນ ແລະ ໄດ້ມີການຕົກລົງຈາກ ທ່ານ ນາຍົກລັດທະມົນຕີ ແຫ່ງ ສປປ ລາວ ຕາມໃບມອບສິດ ສະບັບເລກທີ 78/ນຍ, ລົງວັນທີ 13 ກໍລະກົດ 2020 ແລະ ໄດ້ເຊັນສັນຍາບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາສໍາຫຼວດຄວາມເປັນໄປໄດ້ຂອງໂຄງການ ຮ່ວມກັບ ກະຊວງແຜນການ ແລະ ການລົງທຶນ ໄດ້ເຊັນ MOU ຮ່ວມກັບລັດຖະບານ.
ຈຸດປະສົງຂອງໂຄງການ
  • ຈຸດປະສົງຫຼັກຂອງໂຄງການ ເພື່ອພັດທະນາເມືອງທັນສະໄໝ ນະຄອນຫຼວງ 450 ປີ ໃນເນື້ອທີ່ 2,568 ຮຕ ທີ່ຕັ້ງຢູ່ 2 ເມືອງ 10 ບ້ານ ໃຫ້ການເປັນເມືອງທັນສະໄໝ, ມີການເຊື່ອມໂຍງທາງດ້ານເສດຖະກິດ - ສັງຄົມລະຫວ່າງປະເທດ, ໂດຍການນໍາໃຊ້ຊັບພະຍາກອນໃຫ້ມີປະສິດທິພາບ ແລະ ການພັດທະນາຄຸນນະພາບຊີວິດ ການເປັນຢູ່ຂອງປະຊາຊົນໃຫ້ເທົ່າທຽມກັບປະເທດອື່ນ.
ເປັນຫຍັງຕ້ອງສ້າງ Smart City
  • ເພື່ອພັດທະນາຮອບດ້ານ ເຊັ່ນ: ອຸດສາຫະກໍາ, ທີ່ຢູ່ອາໄສ, ກະສິກໍາ, ບໍລິຫານທຸລະກິດ, ການຄ້າ ແລະ ບ້ານພັກສະຖານທູດເຂດການສຶກສາ, ສາທາລະນະສຸກ, ປ່າໄມ້, ບໍລິການ ແລະ ທາງດ່ວນ, ກິລາ ແລະ ການທ່ອງທ່ຽວ, ເມືອງອາຊຽນ, ຄອນໂດມິນຽມ, ບ້ານຈັດສັນ ແລະ ສວນສາທາລະນະ.
  • ສ້າງເຂດເຊື່ອມຕໍ່ທາງດ້ານເສດຖະກິດ - ສັງຄົມ ລະຫວ່າງປະເທດ ເພື່ອດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດ.
  • ພັດທະນາພື້ນທີ່ດິນເປົ່າວ່າງເພື່ອໃຫ້ເກີດປະໂຫຍດ ດ້ວຍການພັດທະນາໃຫ້ເປັນເຂດເສດຖະກິດ ເມືອງທັນສະໄໝ ມີຄວາມສີວິໄລ ແລະ ມີອົງປະກອບພື້ນຖານຮອບດ້ານ.
  • ສ້າງລາຍຮັບໃຫ້ແກ່ລັດຖະບານໃນຮູບແບບພາສີ, ອາກອນ ແລະ ຄ່າທໍານຽມອື່ນໆ.
  • ສ້າງວຽກເຮັດງານທຳໃຫ້ກັບປະຊາຊົນ, ທັງເປັນບ່ອນຮອງຮັບແຮງງານ ທີ່ຈະເພີ່ມຂຶ້ນໃນອະນາຄົດ.
ແນວຄວາມຄິດຂອງ Smart City
  • ສ້າງເຂດເຊື່ອມຕໍ່ທາງດ້ານເສດຖະກິດ - ສັງຄົມ ລະຫວ່າງປະເທດ ດ້ວຍການນໍາໃຊ້ເຕັກໂນໂລຊີເຂົ້າໃນການບໍລິຫານຈັດການ ໃນລະບົບເສດຖະກິດ.
  • ນໍາໃຊ້ຊັບພະຍາກອນຢ່າງມີປະສິດຖິພາບ ແລະ ເປັນມິດກັບສິ່ງແວດລ້ອມ.
  • ພັດທະນາລະບົບຄຸ້ມຄອງ ບໍລິຫານຕົວເມືອງດ້ວຍເຕັກໂນໂລຊີ, ສ້າງຄວາມໂປ່ງໃສ, ກວດສອບ, ເຂົ້າເຖິງແຫຼ່ງຂໍ້ມູນດ້ານການປົກຄອງ ແລະ ເສດຖະກິດ.
  • ການເຄື່ອນໄຫວດໍາເນີນທຸລະກິດໄດ້ຢ່າງສະດວກ ຕິດພັນກັບການພັດທະນາຄວາມຮູ້ດ້ານໄອທີ.
  • ພັດທະນາສິ່ງອໍານວຍຄວາມສະດວກທີ່ມີຄຸນນະພາບ ແລະ ມາດຕະຖານສາກົນ, ກໍ່ສ້າງລະບົບໂທລະຄົມສື່ສານ ແລະ ການປ້ອງກັນຂໍ້ມູນຂອງລະບົບໄຊເບີ ທີ່ທັນສະໄໝຕາມມາດຕະຖານສາກົນ.
  • ການສ້າງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນໃຫ້ເທົ່າທຽມກັບປະເທດອື່ນ ທີ່ພັດທະນາແລ້ວ.

ນິຕິກໍາທີ່ກ່ຽວຂ້ອງ

  1. ໃບມອບສິດຂອງ ທ່ານ ນາຍົກລັດຖະມົນຕີ ສະບັບເລກທີ 78/ນຍ, ລົງວັນທີ 13 ກໍລະກົດ 2020
  2. ບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ກະຊວງ ແຜນການ ແລະ ການລົງທຶນ ກັບ ບໍລິສັດ ກຸ່ມດວງຈະເລີນພັດທະນາກໍ່ສ້າງ ຈໍາກັດ ຜູ້ດຽວ ໃນຄັ້ງວັນທີ 7 ສີງຫາ 2020 ແລະ ສະບັບດັດແກ້ ເລກທີ 22 ມີນາ 2021
  3. ຂໍ້ຕົກລົງຂອງ ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ສະບັບເລກທີ 1719/ກຜທ.ຫຂສພ.6, ລັງວັນທີ 21 ຕຸລາ 2020
  4. ຂໍ້ຕົກລົງຂອງ ທ່ານ ເຈົ້າຄອງ ນະຄອນຫຼວງວຽງຈັນ ສະບັບເລກທີ 538/ຈນວ, ລົງວັນທີ 21 ຕຸລາ 2020 ແລະ ຂໍ້ຕົກລົງຂອງ ທ່ານ ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ ສະບັບເລກທີ 705/ຈນວ, ລົງວັນທີ 31 ສີງຫາ 2021
  5. ຂໍ້ຕົກລົງຂອງ ທ່ານ ເຈົ້າເມືອງ ເມືອງໄຊເສດຖາ ສະບັບເລກທີ 158/ຈມ.ຊຖ, ລົງວັນທີ 25 ພະຈິກ 2021
  6. ຂໍ້ຕົກລົງຂອງ ທ່ານ ເຈົ້າເມືອງ ເມືອງຫາດຊາຍຟອງ ສະບັບເລກທີ 156/ຈມ.ຫຊຟ, ລົງວັນທີ 8 ກັນຍາ 2021
  7. ແຈ້ງການເລກທີ 083/ຫວນວ, ລົງວັນທີ 10 ພະຈິກ 2021 ເພື່ອຫ້າມບໍ່ໃຫ້ມີການປູກສ້າງ, ຕໍ່ເຕີມ, ຊື້-ຂາຍ, ຊວດຈໍາ ຫຼື ໂອນສິດໃຊ້-ສິດນໍາໃຊ້ທີ່ດິນ, ຈົກໜອງນໍ້າ, ຈົກດິນຂາຍ ຢູ່ໃນຂອບເຂດໂຄງການ
  8. ແຜນທີ່ສະແດງຂອບເຂດ ສຶກສາຄວາມເປັນໄປໄດ້ໂຄງການ ສະບັບເລກທີ 715/ພຊສ.ນວ, ລົງວັນທີ 28 ກຸມພາ 2022
ໃກ້ສະຖານີລົດໄຟ ລາວ-ຈີນ
  1. ສປປ ລາວ ແມ່ນຈຸດໃຈກາງຂອງອາຊຽນ ມີການເຊື່ອມໂຍງທາງດ້ານການຄ້າ ແລະ ການລົງທຶນກັບບັນດາພື້ນຖານເສດຖະກິດ ທີ່ສໍາຄັນໃນພາກພື້ນ ແລະ ພາຍນອກ.
  2. ສປປ ລາວ ມີສົນທິສັນຍາລົງທຶນສອງຝ່າຍກັບ 27 ປະເທດ ແລະ ໄດ້ເຂົ້າໄປເປັນສະມາຊິກຂອງອົງການ ການຄ້າໂລກ (WTO) ແລະ ເຊື່ອມໂຍງເຂົ້າກັບພາກພື້ນປະຊາຄົມເສດຖະກິດອາຊຽນ (AEC)
  3. ທີ່ຕັ້ງຍຸດທະສາດເພາະມັນເປັນຈຸດເຊື່ອມຕໍ່ລະຫວ່າງຈີນ, ຫວຽດນາມ, ໄທ ແລະ ປະເທດກໍາປູເຈຍ ຈຶ່ງສາມາດເປັນປະຕູສູ່ການຄ້າ (Land Link) ສິ່ງສໍາຄັນ.
  4. ລັດຖະບານ ສປປ ລາວ ກໍານົດທິດທາງຈະເປີດເສລີທາງດ້ານເສດຖະກິດ ແລະ ເປີດກວ້າງໃຫ້ແກ່ ພາກເອກະຊົນໂດຍຜ່ານກົດໝາຍສົ່ງເສີມການລົງທຶນທີ່ໄດ້ຮັບການປັບປຸງ (IPL) ປີ 2017
  5. ສປປ ລາວ ໄດ້ສ້າງເຂດເສດຖະກິດພິເສດ (SEZs) ເປັນສະຖານທີ່ສ້າງໂອກາດໃໝ່ໆ ແລະ ຊຸກຍູ້ການຂະຫຍາຍຕົວເສດຖະກິດໃຫ້ເຂັ້ມແຂງຂຶ້ນ
  6. ເຂດເສດຖະກິດພິເສດໄດ້ສົ່ງເສີມລະບົບນິເວດ ທີ່ມີຊີວິດ ຊີວາ ທີ່ຊ່ວຍໃຫ້ຄົນໃນທ້ອງຖິ່ນ ແລະ ຕ່າງປະເທດຫັນແນວຄວາມຄິດທີ່ມີຫົວຄິດປະດິດສ້າງ ເຂົ້າໃນທຸລະກິດ ແລະ ຍົກສູງຄວາມສາມາດໃນການແຂ່ງຂັນ

ຈຸດແຂງ, ສິ່ງທີ່ທ້າທາຍ ແລະ ໂອກາດ

ຈຸດແຂງ
ສະຖານທີ່ຍຸດທະສາດ

ໃກ້ສະຖານີລົດໄຟ ລາວ-ຈີນ

ໃກ້ດ່ານຂົວມິດຕະພາບ 1

ມີເສັ້ນທາງເຊື່ອມໄປຍັງສາຍໃຕ້ ແລະ ສາຍເໜືອ

ປະສົບການໃນທຸລະກິດກໍ່ສ້າງ

ມີປະສົບການຍາວນານ

ມີຄວາມຊ່ຽວຊານໃນການກໍ່ສ້າງເສັ້ນທາງ, ອາຄານ ແລະ ໂຄງການຂະໜາດໃຫຍ່

ປະສິດທິພາບແຮງງານ

ແຮງງານມີປະສົບການໃນການກໍ່ສ້າງ

ການປະຕິບັດວຽກມີແບບແຜນ, ລະບຽບ ເຮັດໃຫ້ການເຮັດວຽກມີປະສິດທິພາບ

ຄວາມເຂັ້ມແຂງຂອງຖານະທາງການເງິນ

ເງິນທຶນພຽງພໍ

ສາມາດເຂົ້າເຖິງເງິນທຶນຈາກແຫຼ່ງຕ່າງໆ

ຄວາມເຊື່ອໝັ້ນຈາກທາງພາກລັດ

ໄດ້ຮັບໂຄງການສໍາປະທານຈາກທາງພາກລັດຫຼາຍໂຄງການ

ໂຄງການທີ່ໄດ້ຮັບສໍາປະທານຈາກພາກລັດແມ່ນເຮັດສໍາເລັດທຸກໂຄງການ

ສິ່ງທີ່ທ້າທາຍ
ຄວາມຊັບຊ້ອນຂອງໂຄງການ

ໂຄງການມີຄວາມຊັບຊ້ອນ ຕ້ອງອາໄສຄວາມຮ່ວມມື ແລະ ປະສົບການຈາກຫຼາຍພາກສ່ວນ

ການຕະຫຼາດ

ການເຮັດການຕະຫຼາດຕ້ອງມີທີມງານ ການຕະຫຼາດທີ່ມີປະສົບການ

ສິ່ງທີ່ທ້າທາຍ
ການເຊື່ອມໂຍງສາກົນ

ເປັນສະມາຊິກອົງການ ການຄ້າໂລກ, ປະຊາຄົມເສດຖະກິດອາຊຽນ ແລະ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ

ເສດຖະກິດມີການຟື້ນໂຕຈາກສະຖານະການແຜ່ລະບາດຂອງ ເຊື້ອພະຍາດ ໂຄວິດ-19

ການເມືອງ

ການເມືອງມີສະຖຽນລະພາບ

ນະໂຍບາຍ

ນະໂຍບາຍສົ່ງເສີມການລົງທຶນມີຄວາມຈະແຈ້ງຕໍ່ເນື່ອງ

ຄ່າແຮງງານ

ຄ່າແຮງງານຍັງບໍ່ສູງທໍ່ປະເທດເພື່ອນບ້ານ

ຮູບພາບ ຈໍາລອງ ເມືອງທັນສະໄໝ
ຜັງລວມໂຄງການ
ຜັງລວມໂຄງການ
ເຂດການຄ້າ - ການລົງທຶນ
ເຂດການຄ້າ - ການລົງທຶນ
ເຂດທີ່ຢູ່ອາໄສ, ອາຄານຄອນໂດມີນຽມ, ບ້ານຈັດສັນ ແລະ ອື່ນໆ
ເຂດບໍລິການຄົບວົງຈອນ
ເຂດສາທາລະນະສຸກ ສູນສຸຂະພາບທັນສະໄໝ
ເຂດການສຶກສາ, ສະຖາບັນຄົ້ນຄວ້າ ແລະ ວິໃຈ
ເຂດເມືອງອາຊ້ຽນ ແລະ ສະຖານທູດ
ເສັ້ນທາງສີຂຽວ