
ການປະຕິບັດງານດ້ານຄວາມປອດໄພ ແລະ ສຸຂະພາບຂອງແຮງງານ ແມ່ນປັດໃຈຂອງການບໍລິຫານວຽກງານການກໍ່ສ້າງ ທີ່ຕ້ອງເຮັດຄວບຄູ່ ໄປກັບຜົນງານຄຸນນະພາບຂອງ ບໍລິສັດ ກຸ່ມດວງຈະເລີນພັດທະນາກໍ່ສ້າງ ຈໍາກັດ ຜູ້ດຽວ, ຖືເປັນນະໂຍບາຍທີ່ຕ້ອງການໃຫ້ເປັນມາດຕະຖານສູງສຸດ ເພື່ອໃຫ້ເກີດຄວາມປອດໄພ ແລະ ປ້ອງກັນການສູນເສຍຈາກອຸບັດຕິເຫດ ໃຫ້ມີຜົນດີທີ່ສຸດຕໍ່ຜູ້ໃຊ້ແຮງງານ ແລະ ຜູ້ຢູ່ໄກ້ຂອບເຂດພື້ນທີ່ໂຄງການ.
ພະນັກງານທຸກຄົນໄດ້ເອົາໃຈໃສ່ໃນດ້ານການເບິ່ງແຍງຮັກສາສຸຂະພາບ ແລະ ຄວາມປອດໄພຂອງຕົນ ແລະ ຜູ້ທີ່ກ່ຽວຂ້ອງກັບການປະຕິບັດງານ. ນອກຈາກນັ້ນທາງບໍລິສັດ ແມ່ນຖືເອົາຄວາມປອດໄພ ເປັນວຽກງານ ທີ່ຈະຕ້ອງເອົາໃຈໃສ່ ແລະ ຕ້ອງຄຳນຶງເຖິງກ່ອນສະເໝີ.

ໃນດ້ານການດໍາເນີນງານການກໍ່ສ້າງຂອງບໍລິສັດ ອາດກໍ່ໃຫ້ເກີດຜົນກະທົບຕໍ່ສິ່ງແວດລ້ອມໄດ້ໃນບາງກໍລະນີ. ແຕ່ເຖິງຢ່າງໃດກໍ່ຕາມ ບໍລິສັດ ພວກເຮົາຮັບຮູ້ເຖິງຜົນກະທົບເປັນອັນດັບທຳອິດ ນອກເໜືອຈາກການປະຕິບັດງານຕາມລະບຽບ ແລະ ການອະນຸລັກສິ່ງແວດລ້ອມ, ບໍລິສັດ ພວກເຮົາໄດ້ກະກຽມມາດຕະການຕ່າງໆ ເພື່ອຮັບມືກັບຜົນກະທົບສິ່ງແວດລ້ອມທີ່ອາດຈະເກີດຂຶ້ນຈາກການດໍາເນີນງານຂອງບໍລິສັດ ດັ່ງຕໍ່ໄປນີ້:
ບໍລິສັດ ໄດ້ປະຕິບັດຕາມມາດຕະຖານການຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ການກວດກາຄຸນນະພາບຂອງສະພາບເວດລ້ອມເບື້ອງຕົ້ນໃນໄລຍະການກໍ່ສ້າງຢ່າງເຂັ້ມງວດ ເພື່ອໃຫ້ຜົນກະທົບຕໍ່ສິ່ງແວດລ້ອມ ແລະ ຊຸມຊົນ ໜ້ອຍທີ່ສຸດເທົ່າທີ່ຈະເປັນໄປໄດ້. ບໍລິສັດ ຍັງໄດ້ປະຕິບັດຕາມຄໍາແນະນໍາຂອງຜູ້ຊ່ຽວຊານດ້ານສິ່ງແວດລ້ອມ ແລະ ອົງການຈັດຕັ້ງຂອງລັດຖະບານ ຢ່າງເຄັ່ງຄັດ.