ຫນຶ່ງໃນບໍລິສັດຊັ້ນນໍາຂອງປະເທດລາວ

ພວກເຮົາມີຄວາມສຸກ

ທີ່ໄດ້ເຮັດວຽກກັບທ່ານ

ຫນຶ່ງໃນບໍລິສັດຊັ້ນນໍາຂອງປະເທດລາວ

ພວກເຮົາມີຄວາມສຸກ

ທີ່ໄດ້ເຮັດວຽກກັບທ່ານ

ຫນຶ່ງໃນບໍລິສັດຊັ້ນນໍາຂອງປະເທດລາວ

ພວກເຮົາມີຄວາມສຸກ

ທີ່ໄດ້ເຮັດວຽກກັບທ່ານ

ຫນຶ່ງໃນບໍລິສັດຊັ້ນນໍາຂອງປະເທດລາວ

ພວກເຮົາມີຄວາມສຸກ

ທີ່ໄດ້ເຮັດວຽກກັບທ່ານ

ຫນຶ່ງໃນບໍລິສັດຊັ້ນນໍາຂອງປະເທດລາວ

ພວກເຮົາມີຄວາມສຸກ

ທີ່ໄດ້ເຮັດວຽກກັບທ່ານ

ຫນຶ່ງໃນບໍລິສັດຊັ້ນນໍາຂອງປະເທດລາວ

ພວກເຮົາມີຄວາມສຸກ

ທີ່ໄດ້ເຮັດວຽກກັບທ່ານ

ຫນຶ່ງໃນບໍລິສັດຊັ້ນນໍາຂອງປະເທດລາວ

ພວກເຮົາມີຄວາມສຸກ

ທີ່ໄດ້ເຮັດວຽກກັບທ່ານ

ຫນຶ່ງໃນບໍລິສັດຊັ້ນນໍາຂອງປະເທດລາວ

ພວກເຮົາມີຄວາມສຸກ

ທີ່ໄດ້ເຮັດວຽກກັບທ່ານ

ມາດຕະຖານ ແລະ ການບໍລິການ

ຄຽງຄູ່ກັບການດໍາເນີນງານທີ່ໄດ້ມາດຕະຖານ, ບໍລິສັດ ຍັງໄດ້ໃຫ້ຄວາມສໍາຄັນກັບສິ່ງແວດລ້ອມ ແລະ ປະກອບສ່ວນຊ່ວຍເຫຼືອສັງຄົມຢ່າງຫຼວງຫຼາຍ. ນອກນັ້ນ ຍັງໄດ້ເອົາໃຈໃສ່ດ້ານຄວາມປອດໄພໃນການເຮັດວຽກ ແລະ ດ້ານສິ່ງແວດລ້ອມທີ່ສອດຄ່ອງກັບຂໍ້ກົດໝາຍ ແລະ ກົດລະບຽບທີ່ກ່ຽວຂ້ອງຕາມມາດຕະຖານສາກົນ, ເຊິ່ງເຮັດໃຫ້ບໍລິສັດ ຂອງພວກເຮົາໄດ້ຮັບການຮັບຮອງຄຸນນະພາບ ຕາມມາດຕະຖານ ISO 9001 ໃນໄວໆນີ້.

ຜ່ານການດໍາເນີນກິດຈະການ ການກໍ່ສ້າງຢູ່ແຕ່ລະບັນດາໂຄງການຕ່າງໆ ທາງບໍລິສັດ ສາມາດຄວບຄຸມບັນຫາຜົນກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມຢູ່ໃນລະດັບດີ ລວມເຖິງການຫຼູດສະຖິຕິ ການເກີດອຸບັດຕິເຫດຈາກການເຮັດວຽກ ໄດ້ໃນລະດັບທີ່ເປັນທີ່ຍອມຮັບ. ການຈັດການບັນຫາຜົນກະທົບຕໍ່ສິ່ງແວດລ້ອມ ຍົກຕົວຢ່າງເຊັ່ນ: ການບໍາບັດນໍ້າເສຍ, ການຈັດການກັບຂີ້ເຫຍື້ອ ທີ່ເກີດຈາກການກໍ່ສ້າງ ຢ່າງສະໝໍ່າສະເໝີ ແລະ ຖືກວິທີ, ດ້ວຍການຈັດການທີ່ໄດ້ມາດຕະຖານ, ກໍາຈັດວັດຖຸອັນຕະລາຍໂດຍຜູ້ຊໍານານສະເພາະດ້ານ, ສໍາລັບວັດສະດຸ ຫຼື ເຫຼັກເສັ້ນຮູບປະພັນ, ອຸປະກອນເຄື່ອງຈັກ, ເຄື່ອງໃຊ້ຫ້ອງການທີ່ເຫຼືອຈາກໂຄງການ ແມ່ນໄດ້ມີການຈັດເກັບເປັນຢ່າງດີ ດ້ວຍລະບົບສາງທີ່ມີຄວາມປອດໄພສູງ ເພື່ອໃຫ້ສາມາດນໍາກັບໄປນໍາໃຊ້ ໃນໂຄງການອື່ນໆໄດ້. ສ່ວນເສດວັດສະດຸ ປະເພດເຫຼັກ, ເສດໂລຫະ, ຢາງລົດເກົ່າ, ນໍ້າມັນເຄື່ອງ ທີ່ໃຊ້ແລ້ວ ຈະນໍາເອົາໄປປະມູນຂາຍ ໃຫ້ແກ່ຜູ້ຕ້ອງການນໍາໄປໝູນໃຊ້ ຫຼື ນໍາກັບໄປແປຮູບ ເພື່ອນໍາກັບມາໃຊ້ໃໝ່ (Recycle), ນອກນັ້ນ ທາງບໍລິສັດ ຍັງໄດ້ມີການຝຶກອົບຮົມ ໃຫ້ພະນັກງານພາຍໃນ ບໍລິສັດ ມີຄວາມຮູ້ດ້ານຄວາມປອດໄພ ແລະ ສິ່ງແວດລ້ອມ ຢ່າງຕໍ່ເນື່ອງ.

0+
ໂຄງການເຮັດສໍາເລັດແລ້ວ
0+
ໂຄງການທີ່ກໍາລັງດໍາເນີນ
0+
ລາງວັນ ແລະ ໃບຢັ້ງຢືນ
0+
ປະສົບການ
0+
ບໍລິສັດ

ລາງວັນ ແລະ ໃບຢັ້ງຢືນ

ດ້ວຍສັກກະຍະພາບຂອງພະນັກງານ ພາຍໃຕ້ການນໍາພາຂອງປະທານບໍລິສັດ ແລະ ຄະນະຜູ້ບໍລິຫານ ຈຶ່ງກໍ່ໃຫ້ເກີດຜົນງານທີ່ດີເດັ່ນ ແລະ ມີປະສິດທິພາບຕາມມາດຕະຖານສາກົນ. ສິ່ງເຫຼົ່ານີ້ໄດ້ເປັນແຮງສະໜັບສະໜູນໃຫ້ ບໍລິສັດ ກຸ່ມດວງຈະເລີນພັດທະນາກໍ່ສ້າງ ຈໍາກັດ ຜຸ້ດຽວ ໄດ້ຮັບການຍອມຮັບ ແລະ ໄດ້ຮັບຄວາມໄວ້ວາງໃຈຈາກລູກຄ້າ ແລະ ເຈົ້າຂອງໂຄງການບໍ່ວ່າຈະເປັນທາງພາກລັດ ຫຼື ເອກະຊົນ, ໂດຍສາມາດສໍາເລັດຜົນງານທີ່ມີຄຸນນະພາບຈົນໄດ້ຮັບລາງວັນກຽດຕິຍົດເປັນຈໍານວນຫຼວງຫຼາຍ ລວມທັງຫຼຽນໄຊແຮງງານ, ຫຼຽນໄຊພັດທະນາຈາກລັດຖະບານ ລວມແລ້ວຫຼາຍກວ່າ 40 ຫຼຽນ. ສິ່ງເຫຼົ່ານີ້ ສະທ້ອນໃຫ້ເຫັນເຖິງຄຸນນະພາບງານ ທີ່ມີມາດຕະຖານທຽບເທົ່າລະດັບສາກົນ ຕະຫຼອດໄລຍະເຮັດວຽກທີ່ຜ່ານມາເຊິ່ງຕອກຍໍ້າເຖິງຄວາມສໍາເລັດໃນການເປັນບໍລິສັດ ໃນການເປັນບໍລິສັດ ຊັ້ນນໍາຂອງ ສປປ ລາວ.