
ຂໍ້ມູນຂ່າວສານໄອທີ
ໃນປັດຈຸບັນການຂະຫຍາຍໂຕຂອງ ເຕັກໂນໂລຊີ ມີການພັດທະນາຢ່າງໃຫຍ່ຫຼວງ ແລະ ມິການນໍາໃຊ້ເຕັກໂນໂລຊີ ເຂົ້າໃນວຽກງານໃນຫຼາຍຂະແໜງການ, ພ້ອມດຽວກັນນັ້ນລັດຖະບານ ກໍ່ໄດ້ມີນະໂຍບາຍການຫັນເປັນທັນສະໄໝ ແລະ ສອດຄ່ອງກັບນະໂຍບາຍ ການພັດທະນາເສດຖະກິດ ດິຈິຕອນ ໃນ ສປປ ລາວ, ບໍລິສັດ ກຸ່ມດວງຈະເລີນພັດທະນາກໍ່ສ້າງ ຈໍາກັດ ຜູ້ດຽວ ແມ່ນໄດ້ສ້າງຕັ້ງ ບໍລິສັດ ໄອທີ ເພື່ອສະໜອງໃນການແກ້ໄຂບັນຫາໄອທີຄົບວົງຈອນໃຫ້ກັບ ພາກລັດຖະບານ ແລະ ວິສາຫະກິດຕ່າງໆ ເພື່ອສະໜັບສະໜູນການດໍາເນີນທຸລະກິດ ແລະ ການບໍລິການຂອງພວກເຂົາໃຫ້ມີຄຸນນະພາບສູງຂຶ້ນ.
ການພັດທະນາແອັບລຣາວແຊັດ ເປັນໂຄງການພັດທະນາແອັບ ສື່ສານ ອັນທຳອິດຂອງລາວ ທີ່ຈະອໍານວຍຄວາມສະດວກໃຫ້ກັບຜູ້ໃຊ້ງານ ຕິດຕໍ່ສື່ສານໃນຊີວິດປະຈໍາວັນພ້ອມທັງ ສາມາດເຂົ້າເຖິງການບໍລິການ ຂອງພາກລັດ ແລະ ເອກະຊົນຢ່າງວ່ອງໄວ ແລະ ທັນສະໄໝ.