
ບໍລິສັດ ກຸ່ມດວງຈະເລີນພັດທະນາກໍ່ສ້າງ ຈໍາກັດ ຜູ້ດຽວ ໄດ້ດໍາເນີນທຸລະກິດພະລັງງານຢ່າງຕໍ່ເນື່ອງ ດ້ວຍຄວາມໃສ່ໃຈຕໍ່ສິ່ງແວດລ້ອມ ແລະ ການພັດທະນາສັງຄົມ ເຊິ່ງໝາຍເຖິງການຂະຫຍາຍໂຕຢ່າງຕໍ່ເນື່ອງ ແລະ ໝັ້ນຄົງ ໂດຍໄດ້ຮັບການຍອມຮັບ ແລະ ໄດ້ຮັບການໄວ້ວາງໃຈຈາກທາງ ພັກ-ລັດ ບົນພື້ນຖານການດໍາເນີນກິດຈະການທີ່ດີ ແລະ ມີຄວາມຮັບຜິດຊອບແຕ່ສັງຄົມສູງ.
ພະລັງງານລົມ ແລະ ແສງຕາເວັນມີກໍາລັງຕິດຕັ້ງລວມທັງໝົດ 1200 MW ໃນນັ້ນ ພະລັງງານລົມ
800 MW ແລະ ແສງຕາເວັນ 400 MW ຕັ້ງຢູ່ ເມືອງ ສະໂມ້ຍ, ເມືອງ ຕະໂອຍ, ເມືອງ ຕູມລານ ແລະ ເມືອງ ຄອນພະເພັງ ແຂວງ ສາລະວັນ

